ເຂົ້າຮ່ວມກິດຈະກຳຊື້ ສະປອນເຊີ (ແບບກະປ໋ອງມີລະຫັດກ້ອງຝາ) ຂະໜາດ 325 ມລ ຫຼື ກະທິງແດງ (ແບບແກ້ວມີລະຫັດກ້ອງຝາ) ຂະໜາດ 150 ມລ ໄດ້ແບບບໍ່ຈຳກັດຈຳນວນຈາກຮ້ານຄ້າທີ່ຮ່ວມລາຍການທົ່ວປະເທດ ແລະ ລົງທະບຽນໃນລະບົບຕາມຂັ້ນຕອນງ່າຍໆດັ່ງນີ້:
ສະແກນ QR code ທີ່ Facebook Page ສະປອນເຊີລາວ, ກະທິງແດງລາວ ຫຼື ເຂົ້າໄປທີ່ເວັບໄຊຕ໌ www.sponsorlaos.la ເພື່ອລົງທະບຽນຄັ້ງທຳອິດໃນລະບົບ ຫຼັງຈາກລົງທະບຽນສຳເລັດແລ້ວ ຜູ້ເຂົ້າຮ່ວມກິດຈະກຳສາມາດປ້ອນລະຫັດກ້ອງຝາ 12 ຕົວເລກ ເພື່ອສະສົມຄະແນນ, ປ້ອນ 1 ລະຫັດ ເທົ່າກັບ 5 ຄະແນນ (ປ້ອນຄັ້ງທຳອິດຮັບ 15 ຄະແນນ).
ສຳລັບຮ້ານຄ້າ ແລະ ລູກຄ້າທີ່ຊື້ເປັນແກັດ ສະປອນເຊີ (ແບບກະປ໋ອງ) ຫຼື ກະທິງແດງ (ແບບແກ້ວ ແລະ ແບບກະປ໋ອງ) ສາມາດປ້ອນລະຫັດສະຕິກເກີ້ແກັດ 9 ຕົວເລກເພື່ອສະສົມສິດລุ้ນຮັບເງິນສົດ, ປ້ອນ 1 ລະຫັດ ເທົ່າກັບ 1 ສິດ. ກິດຈະກໍານີ້ເລີ່ມແຕ່ມັງກອນ ເຖິງ 31 ທັນວາ 2026 ໂດຍມີລາຍລະອຽດດັ່ງນີ້:
- ສຳລັບລາງວັນໂຊກຕໍ່ທີ 1
ທຸກໆການປ້ອນລະຫັດກ້ອງຝາ ທັງສະປອນເຊີ ແລະ ກະທິງແດງ ສາມາດສະສົມຄະແນນແລກຂອງລາງວັນສະປອນເຊີ ແລະ ກະທິງແດງ ສະສົມຄົບແລກໄດ້ເລີຍ ແລ້ວຍັງມີສິດລຸ້ນຮັບຂອງລາງວັນລົດຈັກ YAMAHA FILANO ແລະ ເງິນສົດ.
- ສຳລັບລາງວັນໂຊກຕໍ່ທີ 2
ທຸກໆການປ້ອນລະຫັດຈາກສະຕິກເກີ້ແກັດ ທັງສະປອນເຊີ ແລະ ກະທິງແດງ ມີສິດລຸ້ນຮັບເງິນສົດ (ລະຫັດຈາກແກັດ ສາມາດລຸ້ນໂຊກໄດ້ຢ່າງດຽວເທົ່ານັ້ນ).
- ສຳລັບລາງວັນໂຊກຕໍ່ທີ 3
ປ້ອນລະຫັດກ້ອງຝາຄົບ 5 ຝາຕໍ່ມື້ ໄດ້ຮັບສິດໝຸນວົງລໍ້ຮັບໂຊກເພື່ອຮັບຂອງລາງວັນຕາມລາຍການທີ່ປາກົດໃນວົງລໍ້.