ຜູ້ເຂົ້າຮ່ວມກິດຈະກຳຊື້ ສະປອນເຊີ (ແບບກະປ໋ອງມີລະຫັດກ້ອງຝາ) ຂະໜາດ 325ມລ ຫຼື ກະທິງແດງ (ແບບແກ້ວມີລະຫັດກ້ອງຝາ) ຂະໜາດ 150 ມລ ໄດ້ແບບບໍ່ຈຳກັດຈຳນວນຈາກຮ້ານຄ້າທີ່ຮ່ວມລາຍການທົ່ວປະເທດ ແລະ ລົງທະບຽນໃນລະບົບຕາມຂັ້ນຕອນງ່າຍໆດັ່ງນີ້:
ສະແກນ QR code ທີ່ Facebook Page ສະປອນເຊີລາວ, ກະທິງແດງລາວ ຫຼື ເຂົ້າໄປທີ່ເວັບໄຊຕ໌ www.sponsorlaos.la ເພື່ອລົງທະບຽນຄັ້ງທຳອິດໃນລະບົບ ຫຼັງຈາກລົງທະບຽນສຳເລັດແລ້ວ ຜູ້ເຂົ້າຮ່ວມກິດຈະກຳສາມາດປ້ອນລະຫັດກ້ອງຝາ 10-12 ຕົວເລກ ເພື່ອສະສົມຄະແນນ, ປ້ອນ 1 ລະຫັດ ເທົ່າກັບ 5 ຄະແນນ (ປ້ອນຄັ້ງທຳອິດຮັບ 15 ຄະແນນ), ກິດຈະກໍານີ້ເລີ່ມແຕ່ມື້ນີ້ ເຖິງ 31 ທັນວາ 2025.
ພິເສດ ສຳລັບຮ້ານຄ້າ ແລະ ລູກຄ້າທີ່ຊື້ເປັນແກັດສາມາດປ້ອນລະຫັດໃນແກັດ 9 ຕົວເລກເພື່ອສະສົມສິດລູ້ນຮັບເງິນສົດ, ປ້ອນ 1 ລະຫັດ ເທົ່າກັບ 1 ສິດ ກິດຈະກໍານີ້ເລີ່ມແຕ່ເດືອນເມສາ ເຖິງ 31 ທັນວາ 2025 ໂດຍມີລາຍລະອຽດດັ່ງນີ້:
- ສຳລັບການແລກຂອງລາງວັນ
ສະສົມຄະແນນໃຫ້ຄົບຕາມກຳນົດກໍສາມາດກົດແລກຂອງລາງວັນສະປອນເຊີ ແລະ ກະທິງແດງໄດ້ເລີຍ
- ສຳລັບລາງວັນໂຊກຊັ້ນທີ 2
ທຸກໆການປ້ອນລະຫັດກ້ອງຝາ ທັງສະປອນເຊີ ແລະ ກະທິງແດງ ມີສິດລຸ້ນຮັບຂອງລາງວັນໃຫຍ່ ລົດຈັກ PCX, ລົດຈັກໄຟຟ້າ ແລະ ທອງຄຳແທ່ງ.
- ສຳລັບລາງວັນໂຊກຊັ້ນທີ 3
ທຸກໆການປ້ອນລະຫັດໃນແກັດ ທັງສະປອນເຊີ ແລະ ກະທິງແດງ ມີສິດລຸ້ນຮັບເງິນສົດ (ລະຫັດຈາກແກັດ ສາມາດລຸ້ນໂຊກໄດ້ຢ່າງດຽວເທົ່ານັ້ນ)